ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ດານ​ມາກ ຄາດ​ວ່າ​ຈະ​​ສົ່ງ​​ເຄື່ອງບິນສູ້​ຮົບ F-16 ໃຫ້​ອູ​ແກຣນ​ໃນ​ໄຕ​ມາດ​ທີ 2

     ສຳນັກ​ຂ່າວ​ວິທະຍຸ-ໂທລະພາບ​ສູນ​ກາງ​ຈີນ ລາຍ​ງານ​ວັນ​ທີ 6 ມັງກອນ ນີ້, ກະຊວງ​ປ້ອງ​ກັນ​ປະເທດ​ດານ​ມາກ ອອກ​ຖະແຫຼງການ​
ວ່າ: ອີງ​ຕາມ​ແຜນ​ເວລາ​ໃນ​ປັດ​ຈຸ​ບັນ​ນີ້, ດານ​ມາກ ຄາດ​ວ່າ​ຈະ​ສະໜອງ​​ເຄື່ອງ​ສູ້ບິນ​ຮົບ F-16 ຈຳນວນ 19 ລຳ ​ໃຫ້​ແກ່ ​ອູ​ແກຣນ​ ໃນ​ໄຕ
​ມາດ​ທີ 2 ຂອງ​ປີ​ນີ້.

     ບັນຫາ​ຕົ້ນຕໍ​ໃນ​ປັດຈຸບັນ​ແມ່ນ​ຕ້ອງ​ສຳເລັດ​ການ​ເຝິກອົບຮົມ​ໃຫ້ນັກ​ບິນ​ຂອງ​ອູ​ແກຣນ​ກ່ອນ. ເມື່ອ​ທ້າຍ​ປີ 2023, ອາ​ເມ​ຣິ​ກາ ​ໄດ້​ປະ
ກາດ​ໂດຍ​ການອະນຸຍາດ​ໃຫ້ ​ດານ​ມາກ ແລະ ໂຮນ​ລັງ​ ສະໜອງ​​ເຄື່ອງບິນ​ສູ້​ຮົບ F-16 ໃຫ້ ​ອູ​ແກຣນ.

     ທ່ານ ເຊີ​ເກ ຣາ​​ຟ​ໂລ​​ຟ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ​ຣັດ​ເຊຍ​ ເຄີຍ​ເຕືອນ​ວ່າ: ຖ້າ​ເຄື່ອງບິນ​ສູ້​ຮົບ F-16 ທີ່​ສາມາດ​ບັນທຸກ
​ອາວຸດ​ນິວ​ເຄລຍ​ນັ້ນ​ປາກົດ​ຕົວ​ຢູ່​ໃນ ​ອູ​ແກຣນ, ຣັດ​ເຊຍ​ ຈະ​ຖື​ວ່ານີ້​ເປັນ​ການ​ຂົ່ມຂູ່​ດ້ານ​ນິວ​ເຄລຍ​ຂອງ​ຕາເວັນຕົກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/01/2024